ບໍລິການຈັດຫາງານ
ບໍລິສັດ ດວງພະຈັນ ບໍລິການຈັດຫາງານ ຈຳກັດຜູ້ດຽວ, ເປັນບໍລິສັດໜຶ່ງ ທີ່ໃຫ້ບໍລິການຈັດຫາງານ ພາຍໃນ ແລະ ຕ່າງປະເທດ ໂດຍເນັ້ນໃສ່ ການສ້າງນັກຝຶກອົບຮົມ (ກຳມະກອນ) ໃຫ້ມີຄຸນນະພາບ, ຊຶ່ງຕະຫຼອດໄລຍະ ແຫ່ງການດຳເນີນກິດຈະການ ແມ່ນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ດ້ວຍດີຕະຫຼອດມາ. ມາໃນປີ 2009 ຈຶ່ງໄດ້ຂໍອະນຸຍາດ ເປີດບໍລິການ ຈັດຫາງານພາຍໃນປະເທດ, ຈັດຫາງານ ໄປປະເທດຍີ່ປຸ່ນ, ໄປປະເທດໄທ.
ສ່ວນຈັດຫາງານຕະຫຼາດຫຼັກໆ ຂອງບໍລິສັດໂດຍແມ່ນປະເທດຍີ່ປຸ່ນ, ຊຶ່ງມີຄົນລາວໄປເຮັດວຽກ ກວມເຖິງ 80% – 90%. ຜ່ານມາ ບໍລິສັດໄດ້ຮັບການ ຊີ້ນໍາຢ່າງໃກ້ຊິດ ຈາກພັກ-ລັດຖະບານຕະຫຼອດມາ, ໂດຍສະເພາະ ພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການຊີ້ນຳ ຊ່ວຍເຫຼືອໃນຂອດບໍລິການຕ່າງໆ ມີຄວາມສະດວກສະບາຍ ແລະ ວ່ອງໄວກວ່າແຕ່ກ່ອນ. ໃນຕໍ່ໜ້າທາງບໍລິສັດ ມີແຜນຈະຂະຫຍາຍກິດຈະການ ເພີ້ມເປັນ ແບບລັກສະນະໂຄສະນາຜ່ານສື່ສິ່ງພິມ ແລະ ທາງອອນລາຍ, ພ້ອມມີການປັບປຸງລະບົບການບໍລິການໃຫ້ວ່ອງໄວ, ທັນໃຈ ແລະ ຮັບປະກັນຄຸນນະພາບໃຫ້ດີຂຶ້ນກວ່າເກົ່າ.
ແນະນໍາເງື່ອນໄຂຂອງຜູ້ສະໝັກໄປເຮັດວຽກຢູ່ປະເທດຍີ່ປຸ່ນ
- ຕ້ອງເປັນຄົນເຮັດວຽກປູກຝັງຕົວຈິງ, ເຮັດໄຮ່, ເຮັດສວນ, ເຮັດນາ ແລະ ມີລະດັບການສຶກສາຕ້ອງຈົບມໍ7 ຂື້ນໄປ, ມີຄວາມດຸໝັ່ນຊື່ສັດອົດທົນຕໍ່ໜ້າທີ່ວຽກງານ, ມີນໍ້າໃຈເອື້ອເຟື້ອ ເພື່ອແຜ່ຕໍ່ໝູ່ຄູ່ ແລະ ເພື່ອນຮ່ວມງານ, ມີສຸຂະພາບ ແຂງແຮງ (ບໍ່ມີພະຍາດປະຈໍາຕົວ). ( ຜູ້ຊາຍ ອາຍຸ 18 ຫາ 28 ປີ, ລວງສູງ 1,60 cm ຂຶ້ນໄປ ), ( ຜູ້ຍິງ 18 ຫາ 25 ປີ, ລວງສູງ 1,50 cm ຂຶ້ນໄປ, ເຮັດວຽກຢູ່ໂຮງງານຜະລິດຕະພັນ ອາຫານ )
- ຜູ້ສະໝັກຕ້ອງບໍ່ສັກລາຍຕາມຕົນໂຕ, ບໍ່ເຄີຍຖືກຄະດີມາກ່ອນ, ບໍ່ເຄີຍເສບຢາເສບຕິດ
- ໄລຍະເວລາການເຮັດວຽກແມ່ນ 3 ປີ. ຖ້າປະຕິບັດລະບຽບໄດ້ດີ ດຸໝັ່ນ, ອົດທົນ ແລະ ມີຄວາມກະຕືລືລົ້ນ ນາຍຈ້າງຕໍ່ສັນຍາອີກ 2 ປີ ລວມເປັນ 5 ປີ.
- ເງິນເດືອນເລີ້ມຕົ້ນ 150,000 ເຢນ, ມີສະຫວັດດີການ ແລະ ປະກັນສັງຄົມ
- ຫຼັງຈາກສໍາພາດຜ່ານ, ຕ້ອງໄດ້ກວດສຸຂະພາບຄົບວົງຈອນ, ຍື່ນຟັດສະປອດ ພ້ອມຮູບ 3×4 cm ແລະ 4×6 cm (ຢ່າງລະ 6ໃບ) ໃຫ້ບໍລິສັດ ເພື່ອກຽມປະກອບເອກະສານ ແລະ ກຽມເຂົ້າຮຽນພາສາຍີ່ປຸ່ນ ຢູ່ສູນພາສາ ດວງພະຈັນ 300 ຊົ່ວໂມງ ຂຶ້ນໄປ ແລະ ສາມາດເສັງຜ່ານ ພາສາຍີ່ປຸ່ນຂັ້ນພື້ນຖານ ລະດັບ N5.
- ມີທີ່ພັກໃຫ້ຢູ່ (ນໍ້າ, ໄຟຟ້າ, ແກັສ ຫຸງຕົ້ມ ແລະ ອຸປະກອນອື່ນໆ ), ອາຫານກຸ້ມຕົນເອງ.
- ຫຼັງຈາກເອກະສານອອກແລ້ວ ກ່ອນການເດີນທາງຕ້ອງໄດ້ເຂົ້າມາ ຝຶກອົບຮົມຢູ່ບໍລິສັດເປັນເວລາ 1 ມື້ ເພື່ອກຽມ ຄວາມພ້ອມລະບົບການເຮັດວຽກຢູ່ປະເທດຍີ່ປຸ່ນ ແລະ ເຂົ້າໃຈໃນການເດີນທາງ (ຕ້ອງມີຜູ້ປົກຄອງມາຟັງນໍາ). ພາຍຫຼັງຈັດສົ່ງໄປແລ້ວ ພວກເຮົາຍັງໄດ້ໄປຕິດຕາມແຮງງານທີ່ຮຽນ ແລະ ແຮງງານ ທີ່ເຮັດວຽກຢູ່ຍີ່ປຸ່ນ. ຫຼັງຈາກສີ້ນສຸດການເຮັດວຽກກັບຄືນປະເທດລາວ ທາງບໍລິສັດຍັງໄດ້ຕິດຕາມ ແນະນໍາວຽກ ທີ່ເໝາະສົມຕື່ມອີກ.
ເອກະສານສະໝັກປະກອບມີ:
- ຮູບຕິດບັດຂະໜາດ 3x4cm ຈຳນວນ 2 ໃບ.
- ຮູບຕິດບັດຂະໜາດ 3×4 cm ຈຳນວນ 2 ໃບ 2.ຮູບຖ່າຍຄອບຄົວຂະໜາດ 4×6 ນີ້ວ ຖ່າຍລວງນອນ, ໃຫ້ຖ່າຍຢູ່ໄຮ່, ຢູ່ສວນ, ຢູ່ນາ ຢູ່ຖຽງນາ ຫຼື ໜ້າເຮືອນຕົນເອງ ( ຖ່າຍສະເພາະ ຄົນໃນຄອບຄົວ, ນຸ່ງຊຸດເຮັດວຽກຕົວຈິງ ).
- ກ໊ອບປີ່ສໍາມະໂນຄົວ ແລະ ກ໊ອບປີ່ບັດປະຈໍາຕົວມາພ້ອມ
- ກ໊ອບປີ່ໃບປະກາດຈົບມໍ7 ແລະ ໃບແຈ້ງໂທດ. ຖ້າຈົບວິຊາຊີບໃຫ້ກ໋ອບປີ່ໃບປະກາດ ຈົບວິຊາຊີບມາພ້ອມ ແລະ ໃບແຈ້ງໂທດ.
ໝາຍເຫດ: ຮູບຖ່າຍທຸກໆຮູບ ຫ້າມຕິດໃສ່ແບບຟອມຢ່າງເດັດຂາດ, ໃຫ້ປະກອບມານໍາແບບຟອມແລ້ວທາງພະນັກງານຈະຕິດເອງ. ຫຼັງຈາກປະກອບແບບຟອມແລ້ວ ໃຫ້ນໍາເອົາຟອມເຂົ້າມາຍື່ນຢູ່ບໍລິສັດເລີຍ. ຫຼັງຈາກໃກ້ສິຮອດມື້ສໍາພາດ, ພະນັກງານ ຈະໂທແຈ້ງລ່ວງໜ້າ ( ກະລຸນາໃສ່ເບີໂທຂອງຕົນເອງ ຫຼື ເບີໂທຄົນໃນຄອບຄົວໃຫ້ລະອຽດດ້ວຍ ).
ບໍ່ເຂົ້າໃຈສອບຖາມຂໍ້ມູນໄດ້ທີ່: 020 28268554 ເບີໂທ ແລະ ເບີວອດແອັບ, 020 55339618, 030 5326668
