ກ່ຽວກັບພວກເຮົາ

ກ່ຽວກັບພວກເຮົາ

ບໍລິສັດດວງພະຈັນ ບໍລິການເອກະສານແລະຈັດຫາງານຈຳກັດຜູ້ດຽວ, ໄດ້ສ້າງຕັ້ງຂຶ້ນໃນວັນທີ 14 ກຸມພາ 2013 ຕາມທະບຽນວິສະຫະກິດ ເລກທີ 0162/ຫຈທ, ຊຶ່ງເຄື່ອນໄຫວທຸລະກິດຢູ່ນະຄອນຫລວງວຽງຈັນ ສປປ ລາວ. ດ້ວຍທີມງານທີ່ມີທັກສະ ແລະປະສົບການ, ມີການຮ່ວມມືຢ່າງກ້ວາງຂວາງກັບຫຼາຍພາກສ່ວນ ທັງພາຍໃນແລະຕ່າງປະເທດ. ພວກເຮົາສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ ກຽ່ວກັບການບໍລິການເອກະສານ ແລະຈັດຫາງານ. ບໍລິການດ້ານເອກະສານ, ບໍລິການແລ່ນວີຊ່າສຳລັບຄົນຕ່າງປະເທດທີ່ມາ ເຮັດທຸລະກີິດ ຢູ່ ສປປ ລາວ.

ບໍລິສັດ ດວງພະຈັນ ບໍລິການເອກະສານ ແລະຈັດຫາງານ ຈຳກັດ ແມ່ນໄດ້ຮັບການຕີລາຄາສູງ ຈາກລູກຄ້າກຽ່ວກັບຄຸນນະພາບ ການໃຫ້ບໍລິການ ແລະການບໍລິການແບບມືອາຊີບ, ຄວາມຕັ້ງໃຈ ແລະມີຄວາມຮັບຜິດຊອບ.

ບໍລິສັດ ດວງພະຈັນ ປະກອບມີ 2 ຫ້ອງການຄື: ຫ້ອງການ ບໍລິການເອກະສານ ແລະ ຫ້ອງການບໍລິການຈັດຫາງານ, ຊຶ່ງມີສຳນັກງານຕັ້ງຢູ່ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ແລະມີ ສູນຝຶກອົບຮົມ ພາສາຍີ່ປຸ່ນ, ຊຶ່ງຕັ້ງຢູ່ບ້ານໜອງແຕ່ງໃຕ້, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ບໍລິສັດ ດວງພະຈັນບໍລິການຈັດຫາງານ ໄດ້ມີ ບົດບັນທຶກຄວາມເຂົ້າໃຈ MOU ກັບບໍລິສັດ I-THREE COOPERATION ໃນປະເທດຍີ່ປຸ່ນ, ຊຶ່ງສອງທັງຝ່າຍ ໄດ້ມີ ຂໍ້ຕົກລົງກຽ່ວກັບໂຄງການຝຶກອົບຮົມ ທາງວິຊາການ ໃນວັນທີ 15/9/2011

ຄຳຂັວນ ຂອງການເຮັດວຽກ

ຄຳຂວັນ ແລະ ຫຼັກການຂອງພວກເຮົາແມ່ນ: ຮັບປະກັນ ຄວາມເພີ່ງພໍໃຈຂອງລູກຄ້າໃຫ້ສູງທີ່ສຸດ. ເພາະສະນັ້ນ ພວກເຮົາໄດ້ປັບປຸງຄຸນະພາບໃນການບໍລິການ ແລະຜະລິດຕະພັນຂອງພວກເຮົາຢ່າງຕໍ່ເນື່ອງ, ມີຄວາມມຸ່ງໝັ້ນ ທີ່ຈະໃຫ້ລູກຄ້າ ມີຄຸນນະພາບທີ່ດີ ທີ່ສຸດໃນລາຄາທີ່ເໝາະສົມ.

ວິໄສທັດ

ດ້ວຍຊັບພະກອນມະນຸດ ແລະ ການເງິນທີ່ເຂັ້ມແຂງ ພ້ອມດ້ວຍຄວາມໄວ້ວາງໃຈຂອງລູກຄ້າເປັນຈຳນວນຫຼວງຫຼາຍ ໃນໄລຍະຜ່ານມາ ທຸລະກິດພວກເຮົາເຕີບໃຫຍ່ຢ່າງຕໍ່ເນື່ອງ. ປະຈຸບັນ ພວກເຮົາເປັນໜຶ່ງບໍລິສັດ ທີ່ມີຊື່ສຽງ ທີ່ສຸດ ໃນ ສປປ ລາວ ໃນຂະແໜງການ ບໍລິການເອກະສານ ແລະ ຈັດຫາງານ. ໃນອານາຄົດໃກ້ນີ້ ພວກເຮົາ ຈະສູ້ຊົນໃຫ້ກາຍເປັນບໍລິສັດເຕີບໃຫ່ຍຂະຫຍາຍຕົວ ມີຊື່ສຽງ  ແລະ ໜ້າເຊື່ອຖືໄດ້.

ບັນດາລູກຄ້າ

ມາຮອດປະຈຸບັນ, ບໍລິສັດ DESCO  ໄດ້ປະຕິບັດ ສໍາເລັດ ຫຼາຍໂຄງການກ່ຽວກັນ ການສະໜອງບໍລິການເອກະສານ ເຊ່ນວີຊ່າ ນຳເຂົ້າ ແລະສົ່ງອອກແຮງງານ. ຊຶ່ງໄລຍະຜ່ານມາ ທາງບໍລິສັດ ໄດ້ບໍລິການ ວີຊາທຳງານ ໃຫ້ຄົນຕ່າງປະເທດເປັນຈຳນວນຫຼວງຫຼາຍ.

ນອກຈາກນີ້ ທາງບໍລິສັດ ຍັງໄດ້ປະກອບສ່ວນ ສະໜັບສະໜູນຂັ້ນຕອນການປະກອບເອກະສານ ຕ່າງໆ ໃນການດຳເນີນທຸລະກິດໃຫ້ນັກລົງທຶນ ພາຍໃນແລະຕ່າງປະເທດເປັນຈຳນວນຫຼວງຫຼາຍ, ບາງລູກຄ້າທີ່ສຳຄັນຂອງພວກເຮົາຄື:  ບໍລິສັດ SIROHIRO ເປັນບໍລິສັດກໍ່ສ້າງທາງລົດໄຟ, ສ້າງເຂື່ອນໍ້າລີກ, ນ້ຳຄານ, ນ້ຳອູ 1, 2 ເຖິງເຂື່ອນນ້ຳອູ 7, ບໍລິສັດໄຟຟ້າຫົງສາ ແລະ ບໍລິສັດອື່ນໆອີກຫຼາກຫຼາຍ.

ໃນປັດຈຸບັນທາງບໍລິສັດກຳລັງໃຫ້ບໍລິການ ແກ່ພະນັກງານ ເຂື່ອນໄຟຟ້ານ້ຳງື່ມ 3-4. ມີລູກຄ້າມາໃຊ້ບໍລິການ ສ່ວນຫຼາຍກ່ວາໝູ່ ແມ່ນຄົນຈີນ 80%, ຮອງລົງມາ ແມ່ນໄທ, ຫວຽດນາມ, ສິງກະໂປ, ມາເລເຊຍ, ຟີລິບປິນ ແລະປະເທດອື່ນອີກ.

ມາກັບ ບໍລິສັດ DESCO ຂອງພວກເຮົາ, ທ່ານຈະໄດ້ພົບກັບເພື່ອນທີ່ຈິງໃຈ, ເຊື່ອຖືໄດ້ ແລະໄດ້ຮັບຜົນສໍາເລັດຢ່າງຈົບງາມ ກ່ຽວກັບ ການຮ່ວມມື ການລົງທຶນ ແລະການຂະຫຍາຍທຸລະກິດ.